Wednesday, June 17, 2015

Camp for Child’s Rights Promotion Children Group

ຄ້າຍກຸ່ມອາສາສະໝັກເພື່ອສົ່ງເສີມສິດທິເດັກ
Camp for Child’s Rights Promotion Children Group
ຂຽນໂດຍ: ສຸສະໄຫມ ຄຳພະໄມ
Written by: Sousamai Khamphamai

ໃນຕົ້ນປີ 2015 ນ້ອງໆອາສາສະໝັກຈາກໂຄງການສົ່ງເສີມສິດທິເດັກ ທີ່ ໄດ້ຮັບການສະໜັບສະໜຸນທຶນຈາກອົງການ ແຕເດຊອມ ໄດ້ຮັບການຝຶກອົບຮົມກ່ຽວກັບທັກສະຊີວິດໃນຫົວຂໍ້: ທັກສະການເປັນຜູ້ນຳ ແລະ ທັກສະການເຮັດວຽກເປັນທີມ ໂດຍຜ່ານການຮຽນຮູ້ຈາກການຮ່ວມກິດຈະກຳຕ່າງໆ.

In 2015, 46 volunteers of Child’s Rights Promotion Project which is supported by tdh Germany were trained some skills such as:  Leadership and Team work through participating activities.


ອອກກຳລັງແຕ່ເດິກເພື່ອກຽມຮ່າງກາຍໃຫ້ພ້ອມຮັບການຮຽນຮູ້
Early Morning Exercise


ໃນພາກແນະນຳໂຕ, ອາສາສະໝັກ ໄດ້ແນະນຳໂຕເອງ, ຂຽນສິ່ງທີ່ເຂົາເຈົ້າຄາດຫວັງວ່າຈະໄດ້ຮັບ ແລະ ນອກນັ້ນນ້ອງໆອາສາສະໝັກຍັງໄດ້ຮ່ວມກັນມອບໝາຍພາລະໜ້າທີ່ໃຫ້ແຕ່ລະບຸກຄົນຮັບຜິດຊອບ
Volunteers introduce themselves, creating wish lists and assign responsibilities/duties. 




ອາສາສະໝັກໄດ້ຮຽນຮູ້ວິທີການເລົ່າເລື່ອງປະກອບທ່າທາງໃຫ້ເປັນທຳມະຊາດ ແລະ ເປັນທີ່ດຶງດູດໃຈໃຫ້ແກ່ຜູ້ຟັງ
Volunteers learn how to tell story by using expressions and postures to attract the audiences.



ເວລາແຫ່ງຄວາມສະໜຸກສະໜານກັບການຫຼິ້ນເກມ ແລະ ການແຂ່ງຂັນເພື່ອຄວາມມ່ວນຊື່ນ
It's time for fun games and competitions




ອາສາສໝັກຮ່ວມກັນຊອກຫາຄຳຕອບຂອງຄຳວ່າ "ທີມ"
What is the meaning of "TEAM"?




ເກມ ການເດີນປ່າ
"Trekking Game"



ກອງໄຟແຫ່ງແສງທຽນໄດ້ຖືກຈັດຂຶ້ນເພື່ອສົ່ງສານຫາທຳມະຊາດໃຫ້ຮັບຮູ້ເຖິງຄວາມຮັກ, ຄວາມຮູ້ສຶກຂອບໃຈສຳລັບທຸກສິ່ງທຸກຢ່າງທີ່ທຳມະຊາດໄດ້ມອບໃຫ້ບໍ່ວ່າຈະເປັນທີ່ຢູ່ອາໄສ, ອາຫານ, ຢາປົວພະຍາດ, ທີ່ພັກຜ່ອນຢ່ອນໃຈ ໆລໆ. ນອກນັ້ນຍັງເປັນການຂໍອະໄພຈາກທຳມະຊາດກັບການກະທຳທຸກສິ່ງທຸກຢ່າງທີ່ເປັນການລ່ວງລະເມີດບໍ່ວ່າຈະຕັ້ງໃຈ ຫຼື ບໍ່ໄດ້ຕັ້ງໃຈກໍ່ຕາມ.
Camp Fire was set to transfer the feeling of gratitude to the nature for what we have receive from such as: shelter, food, medicine, etc. and also to apology for hurting our nature both intentionally and unintentionally. 




ນ້ອງໆອາສາສະໝັກຈາກເມືອງຕ່າງໆໄດ້ສະແດງຄວາມສາມາດໃນການເລົ່ານິທານສັ້ນ ແລະ ການສະແດງລະຄອນສັ້ນເພື່ອເປັນການຝຶກທັກສະກ່ອນທີ່ຈະໄປປະຕິບັດຕົວຈິງກັບນ້ອງນ້ອຍໃນບ້ານຂອງຕົນເອງ
Volunteers from each district cooperate with each other to perform their storytelling and short plays as a practice before they go back to perform in their own regions.







No comments:

Post a Comment